ຄະນະກຳມະການສອບເສັງຄັດເລືອກເອົາ ນັກສຶກສາເຂົ້າຮຽນທີ່ມະຫາວິທະຍາໄລວິທະຍາສາດ ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈີມິນ (ຂຽນຫຍໍ້ແມ່ນ ມລ ວທສ) ຂໍແຈ້ງການກ່ຽວກັບການສະໝັກ ການຄັດເລືອກເອົານັກສຶກສາຕ່າງປະເທດ ຫຼື ວິທີການຮັບເອົາໃນຮູບແບບ 1b (ລະຫັດຮູບແບບ 410) ເຂົ້າຮຽນໃນຫຼັກສູດ ປະລິນຍາຕີ ລະບົບ ປົກກະຕິ ປະຈຳປີ 2026 ຂອງມະຫາວິທະຍາໄລດັ່ງຕໍ່ໄປນີ້:
I. ເປົ້າໝາຍ ແລະ ເງື່ອນໄຂຂອງຜູ້ມີສິດສະໝັກຄັດເລືອກ
ຜູ້ສະໝັກທີ່ເປັນຄົນຕ່າງປະເທດ ເຂົ້າຮ່ວມການຄັດເລືອກເຂົ້າຮຽນ ມະຫາວິທະຍາໄລ (ພາກປົກກະຕິ) ສົກຮຽນ 2026 ຕາມຂໍ້ກຳນົດຂອງ ກະຊວງສຶກສາທິການ ແລະ ແລະ ກໍ່ສ້າງ ແມ່ນຈະຕ້ອງມີເງື່ອນໄຂຄົບຖ້ວນ ດັ່ງຕໍ່ໄປນີ້:
- ເວລາທີ່ກຳນົດການຄັດເລືອກເຂົ້າຮຽນ ກ່ອນຈະປະກາດຜົນການຄັດເລືອກຢ່າງເປັນທາງການ, ຜູ້ສະໝັກແມ່ນຕ້ອງໄດ້ຮັບການຢັ້ງຢືນຈົບຊັ້ນມັດທະຍົມສຶກສາຕອນປາຍ ຂອງຕ່າງປະເທດ (ໄດ້ຮັບການຮັບຮອງລະດັບການສຶກສາທີ່ທຽບເທົ່າກັບ ຊັ້ນມັດທະຍົມສຶກສາຕອນປາຍ ຫຼື ໂຮງຮຽນວິຊາຊີບ ຂອງຫວຽດນາມ ໂດຍແມ່ນບັນດາພາກສ່ວນທີ່ກ່ຽວຂ້ອງອອກໃບຢັ້ງຢືນ ແລະ ຮັບຮອງ);
- ຜູ້ສະໝັກຕ້ອງມີລະດັບຄວາມຮູ້ພາສາຫວຽດນາມ ທຽບເທົ່າ B2 (ລະດັບ 4/6) ຂຶ້ນໄປ ຕາມກອບມາດຕະຖານ ຄວາມສາມາດທາງດ້ານພາສາຫວຽດນາມ ຕາມຂໍ້ກຳນົດ ສະບັບເລກທີ 17/2015/TT-BGDĐT, ລົງວັນທີ 01/9/2015 ຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກໍ່ສ້າງ ຫວຽດນາມ ວ່າດ້ວຍການປະກາດໃຊ້ກອບມາດຕະຖານ ຄວາມສາມາດທາງດ້ານພາສາຫວຽດນາມ ສໍາລັບຄົນຕ່າງປະເທດ; ຫຼື ເປັນຜູ້ທີ່ໄດ້ຈົບການສຶກສາໃນລະດັບ ການສຶກສາລະດັບມັດທະຍົມປາຍ, ຊັ້ນຕົ້ນ, ຊັ້ນກາງ, ຊັ້ນສູງ, ມະຫາວິທະຍາໄລ ລະດັບປະລິນຍາໂທ ແລະ ປະລິນຍາເອກ ທີ່ໃຊ້ສືການຮຽນ ແລະ ການສອນ ເປັນພາສາຫວຽດນາມ; ຫຼື ໃນກໍລະນີທີ່ຜູ້ສະໝັກມີລະດັບຄວາມຮູ້ພາສາຫວຽດນາມ ທຽບເທົ່າ B1 (ລະດັບ 3/6) ຕາມກອບມາດຕະຖານຄວາມສາມາດທາງດ້ານພາສາຫວຽດນາມ ທີ່ໄດ້ກຳນົດໄວ້ໃນແຈ້ງການສະບັບເລກທີ 17/2015/TT-BGDĐT, ລົງວັນທີ 01/9/2015 ຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຫວຽດນາມ, ຜູ້ສະໝັກແມ່ນຈະຕ້ອງໄດ້ຮຽນຫ້ອງກຽມພາສາຫວຽດນາມ (ພາກກະກຽມຄວາມພ້ອມ) ແລະ ຕ້ອງໄດ້ມາດຕະຖານຕາມເງື່ອນໄຂ ດັ່ງຕໍ່ໄປນີ້:
- ມະຫາວິທະຍາໄລ ຈະຈັດຕັ້ງການຮຽນການສອນ ຫຼັກສູດກຽມພາສາຫວຽດນາມ ໃຫ້ແກ່ຜູ້ສະໝັກທີ່ໄດ້ຮັບການຄັດເລືອກເຂົ້າຮຽນ ຕາມຂໍ້ຕົກລົງ ແລະ ໃບຄຳໝັ້ນສັນຍາ (ໃບບັນທຶກຄວາມເຂົ້າໃຈ) ຂອງຜູ້ສະໝັກທີ່ໄດ້ຮັບການຄັດເລືອກເຂົ້າຮຽນ ທີ່ມີຕໍ່ກັບມະຫາວິທະຍາໄລ.
- ຫຼັງຈາກສິ້ນສຸດການຮຽນຫຼັກສູດກຽມພາສາ, ຜູ້ສະໝັກຈະຕ້ອງໄດ້ເຂົ້າຮ່ວມການກວດກາວັດລະດັບຄວາມຮູ້ພາສາຫວຽດນາມ, ຫາກວ່າມີຜົນໄດ້ມາດຕະຖານຕາມຂໍ້ກຳນົດ ແມ່ນຈະໄດ້ຮັບການອະນຸມັດເຂົ້າຮຽນໃນຫຼັກສູດລະບົບປະລິນຍາຕີຢ່າງເປັນທາງການ; ແຕ່ຖ້າຫາກວ່າມີຜົນບໍ່ໄດ້ມາດຕະຖານຕາມເກນທີກຳນົດໄວ້, ແມ່ນຈະຕ້ອງໄດ້ສືບຕໍ່ຮຽນບຳລຸງເພີ່ມເຕີມ ແລະ ເຂົ້າຮ່ວມການກວດກາວັດລະດັບໃນຮອບຕໍ່ໄປ ຈົນກວ່າຈະມີຜົນໄດ້ຕາມມາດຕະຖານ ທີ່ໄດ້ກຳນົດໄວ້ ແລະ ໄດ້ຮັບໃບຢັ້ງຢືນ ເພື່ອທີ່ຈະອະນຸຍາດເຂົ້າຮຽນໃນຫຼັກສູດການສຶກສາຢ່າງເປັນທາງການ
- ມີຄະແນນສະເລ່ຍ (GPA) ຂອງ 3 ປີຮຽນມັດທະຍົມຕອນປາຍ ບໍ່ຕ່ຳກວ່າ 75% ຂອງຄະແນນເຕັມ ຕາມລະບົບຄະແນນຂອງປະເທດຕົນ.
- ມີສຸຂະພາບແຂງແຮງດີເພື່ອ ມີຄວາມພ້ອມສຳລັບການສຶກສາຮຳຮຽນໃນປະເທດຫວຽດນາມ ເພື່ອໃຫ້ໄດ້ຕາມກົດລະບຽບທີ່ປະກາດໃຊ້. ຫຼັງຈາກເດີນທາງຮອດປະເທດຫວຽດນາມແລ້ວ, ນັກສະໝັກທຶນຈະຕ້ອງເຂົ້າກວດສຸຂະພາບຄືນ ຢູ່ສະຖານທີ່ບໍລິການທາງການແພດ ທີ່ຖືກກຳນົດໂດຍສະຖາບັນການສຶກສາ ຫຼື ສະຖາບັນທີ່ບໍລິການນັກສຶກສາຕ່າງປະເທດ ຂອງປະເທດຫວຽดນາມ. ໃນກໍລະນີທີ່ມີເຊື້ອພະຍາດຕິດຕໍ່ຮ້າຍແຮງ ຕາມກົດໝາຍຂອງປະເທດຫວຽດນາມ ຫຼື ມີສຸຂະພາບບໍ່ພຽງພໍທີ່ຈະສາມາດເຂົ້າຮຽນໄດ້, ນັກສຶກສາຕ່າງປະເທດແມ່ນຈະຕ້ອງໄດ້ກັບຄືນປະເທດຂອງຕົນ
- ມີຂໍ້ມູນສ່ວນຕົວ ແລະ ເອກະສານສະໝັກຄົບຖ້ວນຕາມຂໍ້ກຳນົດທາງມະຫາວິທະຍາໄລວາງອອກ.
II. ວິທີການຄັດເລືອກ
ຄະນະກຳມະການຄັດເລືອກນັກສຶກສາ ຈະອີງຕາມຜົນການຮຽນໃນລະດັບມັດທະຍົມສຶກສາຕອນປາຍ (ມ.ປາຍ) ຂອງຜູ້ສະໝັກ ແລະ ເງື່ອນໄຂການຮັບເຂົ້າຫຼັກສູດລະດັບປະລິນຍາຕີ ທີ່ກຳນົດໂດຍທ່ານຜູ້ອຳນວຍການໃຫຍ່ຂອງມະຫາວິທະຍາໄລ ເພື່ອພິຈາລະນາ ແລະ ຕົກລົງຮັບເຂົ້າຮຽນ ສຳລັບບັນດາກໍລະນີທີ່ກຳນົດໄວ້ດັ່ງລຸ່ມນີ້ (ໃນກໍລະນີທີ່ຈຳເປັນ ແມ່ນຈະມີເງື່ອນໄຂຄັດຕິດ ເຊິ່ງຜູ້ສະໝັກຕ້ອງໄດ້ຮຽນບຳລຸງຄວາມຮູ້ 01 ພາກຮຽນ ກ່ອນຈະເຂົ້າຮຽນຢ່າງເປັນທາງການ):
- ຜົນການຮຽນລະດັບມັດທະຍົມປາຍຂອງຜູ້ສະໝັກ;
- ຄວາມສາມາດພາສາຫວຽດນາມ.
- ແຕ່ງບົດຄວາມເປັນພາສາຫວຽດນາມ; ທີ່ສະແດງໃຫ້ເຫັນເຖິງ ເປົ້າໝາຍ ແລະ ແຮງຈູງໃຈໃນການຮຽນ ສຳລັບສາຂາວິຊາທີ່ຜູ້ສະໝັກໄດ້ລົງທະບຽນ.
ຄະນະກຳມະການຄັດເລືອກຮັບນັກສຶກສາຂອງມະຫາວິທະຍາໄລ ຈະເປັນຜູ້ຕົກລົງ ສາຂາວິຊາທີ່ໄດ້ຮັບການຄັດເລືອກເຂົ້າຮຽນໂດຍກົງ ໃຫ້ແກ່ຜູ້ສະໝັກ, ໂດຍອີງຕາມຄວາມມຸ່ງມາດປາດຖະໜາຂອງຜູ້ສະໝັກ ແລະ ຕາມໂກຕາ (ຕົວເລກຄາດໝາຍ) ການຮັບເຂົ້າຮຽນຂອງແຕ່ລະສາຂາຫຼັກສູດ
III. ໂກຕ້າການຮັບນັກສຶກສາ ແລະ ສາຂາວິຊາທີ່ເປີດຮັບສະໝັກ
ໂກຕາການຮັບເຂົ້າຮຽນ ແມ່ນຈະອີງຕາມຄວາມຮູ້ຄວາມສາມາດຂອງຜູ້ສະໝັກ, ໂດຍໂກຕາການຮັບນັກສຶກສາຕ່າງປະເທດ ແມ່ນກຳນົດແຕ່ 05 ຫາ 10 ທ່ານ/ສາຂາວິຊາ. ໃນກໍລະນີທີ່ມີຈຳນວນຜູ້ສະໝັກທີ່ມີຄຸນນະພາບດີຫຼາຍ ທາງມະຫາວິທະຍາໄລແມ່ນສາມາດຮັບໄດ້ສູງສຸດ 20 ທ່ານ/ສາຂາວິຊາ.
ສາຂາວິຊາທີ່ເປີດຮັບສຳລັບນັກສຶກສາຕ່າງປະເທດມີດັ່ງຕາຕະລາງຕໍ່ໄປນີ້ (*):
| ລຳດັບ | ລະຫັດສາຂາວິຊາ | ຊື່ສາຂາວິຊາ |
|---|---|---|
| 1 | 7440102 | ຟີຊິກສາດ |
| 2 | 7440201 | ທໍລະນີສາດ |
| 3 | 7440301 | ວິທະຍາສາດສິ່ງແວດລ້ອມ |
| 4 | 7460112 | ຄະນິດສາດນຳໃຊ້ |
| 5 | 7510406 | ເຕັກໂນໂລຢີວິສະວະກຳສິ່ງແວດລ້ອມ |
| 6 | 7850101 | ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ |
| 7 | 7520501 | ວິສະວະກຳທໍລະນີ |
(*): ຫຼັກສູດການສຶກສາເປັນຫຼັກສູດມາດຕະຖານ (ຫຼັກສູດປົກກະຕິ).
IV. ຈຳນວນຄວາມປາຖະໜາໃນການສະໝັກ (ຈຳນວນວິຊາທິເຮົາມັກຮຽນ) ແລະ ຫຼັກການຄັດເລືອກທົ່ວໄປ
1. ຈຳນວນຄວາມມຸ່ງມາດປາດຖະໜາທີ່ລົງທະບຽນຄັດເລືອກ
- ຜູ້ສະໝັກສາມາດລົງທະບຽນຄວາມມຸ່ງມາດປາດຖະໜາໄດ້ສູງສຸດ 04 ອັນດັບ ໃນບັນດາສາຂາວິຊາ/ກຸ່ມສາຂາວິຊາ ສໍາລັບວິທີການຄັດເລືອກ 1b.
- – ສໍາລັບແຕ່ລະເປົ້າໝາຍການຄັດເລືອກ, ຫາກຜູ້ສະໝັກລົງທະບຽນຫຼາຍກວ່າສອງຄວາມມຸ່ງມາດປາດຖະໜາ ຈັດເຂົ້າໃນບັນດາສາຂາວິຊາ/ກຸ່ມສາຂາວິຊາ, ບັນດາຄວາມມຸ່ງມາດປາດຖະໜານັ້ນ ຈະຕ້ອງໄດ້ຈັດລຽງຕາມລໍາດັບບຸລິມະສິດແຕ່ສູງຫາຕໍ່າ (ຄວາມມຸ່ງມາດປາດຖະໜາທີ 1 ແມ່ນຄວາມມຸ່ງມາດປາດຖະໜາສູງສຸດ). ຜູ້ສະໝັກຈະຖືກຄັດເລືອກເຂົ້າຮຽນ ພຽງແຕ່ 01 ຄວາມມຸ່ງມາດປາດຖະໜາທີ່ມີບຸລິມະສິດສູງສຸດ ໃນບັນຊີລາຍຊື່ຄວາມມຸ່ງມາດປາດຖະໜາທີ່ໄດ້ລົງທະບຽນໄວ້ເທົ່ານັ້ນ.
2. ຫຼັກການຄັດເລືອກທົ່ວໄປ
ການພິຈາລະນາຄັດເລືອກຈະດຳເນີນຕາມລຳດັບດັ່ງນີ້:
- ຜົນການຮຽນລະດັບມັດທະຍົມຕອນປາຍ.ຄະແນນຄັດເລືອກ = ຄະແນນສະເລ່ຍ + ຄະແນນເພີ່ມໃນນັ້ນ:
- o ຄະແນນສະເລ່ຍ: ຜົນລວມຂອງຄະແນນສະເລ່ຍການຮຽນໃນຊັ້ນຮຽນ ມໍ5, ມໍ6 ແລະ ມໍ7 (ຜົນການຮຽນ 3 ປີ, ຂອງລະດັບມັດທະຍົມຕອນປາຍຂອງຜູ້ສະໝັກ). ຄະແນນສະເລ່ຍຂອງ ຜູ້ສະໝັກຈະຖືກປັບໃຫ້ເປັນລະບົບເກນມາດຕະຖານ ຄະແນນເຕັມ 10.
- o ຄະແນນເພີ່ມ: ສຳລັບວິທີການຮັບເຂົ້າຮຽນ 1B ທີ່ໃຊ້ສຳລັບຜູ້ສະໝັກສັນຊາດຕ່າງປະເທດ ແລະ ສຳເລັດການສຶກສາລະດັບມັດທະຍົມປາຍຈາກຕ່າງປະເທດ ຈະຖືກພິຈາລະນາຈາກລາງວັນ ຫຼື ຜົນງານທີ່ໄດ້ຮັບໃນ 3 ປີສຸດທ້າຍຂອງລະດັບມັດທະຍົມຕອນປາຍ ໂດຍບໍ່ຈຳກັດໄລຍະເວລາທີ່ໄດ້ຮັບລາງວັນ. ນອກຈາກນັ້ນ ສຳລັບຜູ້ສະໝັກທີ່ມີລາງວັນຈາກຕ່າງປະເທດ ແລະ ມີໃບຢັ້ງຢືນຈາກໂຮງຮຽນມັດທະຍົມໃນປະເທດຂອງຕົນ ຈະຖືກພິຈາລະນາໂດຍຄະນະກຳມະການຮັບນັກສຶກສາ.
- ບັນດາລາງວັນໃນວິຊາທີ່ຈະໄດ້ຮັບຄະແນນບວກເພີ່ມ ປະກອບມີ: ວິຊາ ຄະນິດສາດ, ຟີຊິກສາດ, ເຄມີສາດ, ຊີວະວິ, ເຕັກໂນໂລຊີຂໍ້ມູນຂ່າວສານ (ໄອທີ), ປັນຍາປະດິດ (ຈາກການສອບເສັງໂອລິມປິກປັນຍາປະດິດລະດັບຊາດ VOAI / ລະດັບສາກົນ), ແລະ ພາສາອັງກິດ. ສະເພາະຜູ້ສະໝັກທີ່ໄດ້ຮັບລາງວັນໃນວິຊາ ພູມສາດ ແມ່ນຈະໄດ້ຮັບຄະແນນບວກເພີ່ມ ເຂົ້າໃນບັນດາສາຂາວິຊາ/ກຸ່ມສາຂາວິຊາ ດັ່ງນີ້: ວິຊາທໍລະນີສາດ, ແລະ ວິທະຍາສາດສິ່ງແວດລ້ອມ . (*)
ລຳດັບ ຜົນງານ / ປະເພດລາງວັນ ຄະແນນເພີ່ມພື້ນຖານ (ລະບົບຄະແນນ 10) ຄະແນນ ຂຽນເປັນຄຳ 1 ສະໝັກທີ່ໄດ້ຮັບລາງວັນທີໜຶ່ງ (ລາງວັນຊະນະເລີດ), ທີສອງ (ຮອງຊະນະເລີດອັນດັບ 1), ທີສາມ (ຮອງຊະນະເລີດອັນດັບ 2) ໃນການສອບເສັງຄັດເລືອກນັກຮຽນເກັ່ງລະດັບຊາດ / ລະດັບສາກົນ ໃນບັນດາວິຊາທີ່ກ່າວມາຂ້າງເທິງນັ້ນ (*). 0,5 ສູນຈຸດຫ້າ 2 ຜູ້ສະໝັກທີ່ໄດ້ຮັບລາງວັນທີໜຶ່ງ (ລາງວັນຊະນະເລີດ), ທີສອງ (ຮອງຊະນະເລີດອັນດັບ 1), ທີສາມ (ຮອງຊະນະເລີດອັນດັບ 2) ໃນການສອບເສັງຄັດເລືອກນັກຮຽນເກັ່ງລະດັບແຂວງ ຫຼື ນະຄອນຫຼວງ ໃນບັນດາວິຊາທີ່ກ່າວມາຂ້າງເທິງນັ້ນ (*). 0,25 ສູນຈຸດສອງຫ້າ 3 ຜູ້ສະໝັກທີ່ໄດ້ຮັບລາງວັນທີໜຶ່ງ (ລາງວັນຊະນະເລີດ), ທີສອງ (ຮອງຊະນະເລີດອັນດັບ 1), ທີສາມ (ຮອງຊະນະເລີດອັນດັບ 2) ໃນການສອບເສັງວິທະຍາສາດ-ເຕັກນິກ ຫຼື ການວິໄຈວິທະຍາສາດ ລະດັບຊາດຂອງປະເທດເຈົ້າພາບ / ລະດັບສາກົນ 0,5 ສູນຈຸດຫ້າ 4 ຜູ້ຜູ້ສະໝັກທີ່ໄດ້ຮັບລາງວັນທີໜຶ່ງ (ລາງວັນຊະນະເລີດ), ທີສອງ (ຮອງຊະນະເລີດອັນດັບ 1), ທີສາມ (ຮອງຊະນະເລີດອັນດັບ 2) ໃນການສອບເສັງວິທະຍາສາດ-ເຕັກນິກ ຫຼື ການວິໄຈວິທະຍາສາດ ລະດັບແຂວງ / ນະຄອນຫຼວງ ຢູ່ປະເທດເຈົ້າພາບ 0,25 ສູນຈຸດສອງຫ້າ - ໃນກໍລະນີທີ່ຜູ້ສະໝັກມີຄະແນນຄັດເລືອກເທົ່າກັນ ແລະ ຈຳເປັນຕ້ອງເລືອກ, ຄະນະກຳມະການຮັບນັກສຶກສາຈະພິຈາລະນາຈາກບົດຄວາມປະກອບການສະໝັກຂອງຜູ້ສະໝັກ.
- ຄວາມສາມາດພາສາຫວຽດນາມ.
- ຄວາມຮູ້ ຄວາມສາມາດອຶ່ນໆ (ຖ້າມີ).
V. ການລົງທະບຽນຄັດເລືອກໃນຮູບແບບອອນລາຍ (ONLINE)
1. ຄຳແນະນຳການລົງທະບຽນ
- ເລີ່ມແຕ່ເວລາ 10:00 ໂມງ ຂອງວັນທີ 16/06/2026 ຫາ ເວລາ 17:00 ໂມງ ຂອງວັນທີ 10/07/2026, ຜູ້ສະໝັກຈະຕ້ອງໄດ້ຈັດຕັ້ງປະຕິບັດຕາມຂັ້ນຕອນການລົງທະບຽນຄັດເລືອກໃນຮູບແບບອອນລາຍ ຢູ່ເທິງລະບົບຂໍ້ມູນຂ່າວສານຂອງມະຫາວິທະຍາໄລ ໃຫ້ຄົບຖ້ວນ (ປ້ອນຂໍ້ມູນ ແລະ ອັບໂຫຼດເອກະສານ/ຊີວະປະຫວັດ ໃຫ້ຄົບຖ້ວນ).
- ລະບົບຂໍ້ມູນການລົງທະບຽນຄັດເລືອກ: https://tuyensinhdh.hcmus.edu.vn.
2. ບັນດາປະເພດເອກະສານທີ່ຕ້ອງກຽມເພື່ອຍື່ນໃນຮູບແບບອອນລາຍ
ເອກະສານການລົງທະບຽນ ຕາມແຕ່ລະເປົ້າໝາຍຂອງຜູ້ເຂົ້າຮ່ວມການຄັດເລືອກ ແມ່ນໄດ້ກຳນົດໄວ້ດັ່ງນີ້:
- ຟາຍສ໌ສະແກນ ປຶ້ມຕິດຕາມການຮຽນ (ໃບຄະແນນ) 3 ປີຮຽນ ຂອງຊັ້ນມັດທະຍົມສຶກສາຕອນປາຍ (ຄົບຖ້ວນທັງ 6 ພາກຮຽນ) ທີ່ໄດ້ແປເປັນພາສາຫວຽດນາມ ຫຼື ພາສາອັງກິດ
- ຟາຍສ໌ສະແກນ ໃບປະກາສະນີຍະບັດຈົບຊັ້ນມັດທະຍົມສຶກສາຕອນປາຍ ຂອງຕ່າງປະເທດ (ລະດັບການສຶກສາທີ່ທຽບເທົ່າກັບ ຊັ້ນມັດທະຍົມສຶກສາຕອນປາຍ ຫຼື ໂຮງຮຽນວິຊາຊີບ ຂອງຫວຽດນາມ ໂດຍແມ່ນບັນດາພາກສ່ວນທີ່ມີກ່ຽວຂ້ອງເປັນຜູ້ກຳນົດຮັບຮອງໃຫ້) ທີ່ໄດ້ແປເປັນພາສາຫວຽດນາມ ຫຼື ພາສາອັງກິດ.
- ຟາຍສະແກນ ໃບຢັ້ງຢືນລະດັບພາສາ B1 (ລະດັບ 3/6) ຫຼື B2 ຕາມໂຄງຮ່າງສະມັດຖະພາບຄວາມສາມາດທາງດ້ານພາສາຫວຽດນາມ ທີ່ໄດ້ກຳນົດໄວ້ໃນແຈ້ງການ ສະບັບເລກທີ 17/2015/TT-BGDĐT, ລົງວັນທີ 01/9/2015 ຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກໍ່ສ້າງ ຫວຽດນາມ.
- ຟາຍສ໌ PDF: ບົດຮຽງຄວາມເປັນພາສາຫວຽດນາມ (ຫຼື ພາສາອັງກິດ) ທີ່ລະບຸຢ່າງຈະແຈ້ງກ່ຽວກັບເຫດຜົນໃນການເລືອກສາຂາວິຊາຮຽນ ຕາມຄວາມມຸ່ງມາດປາດຖະໜາຂອງຜູ້ສະໝັກ ທີ່ໄດ້ລົງທະບຽນເຂົ້າຮຽນຢູ່ມະຫາວິທະຍາໄລ
VI. ປະກາດຜົນການຄັດເລືອກ ຜູ້ສະໝັກທີ່ມີເງື່ອນໄຂຄົບຖ້ວນເຂົ້າຮຽນ
ໃນວັນທີ 31/07/2026, ມະຫາວິທະຍາໄລ ຈະປະກາດຜົນການຄັດເລືອກ ຜູ້ສະໝັກທີ່ມີເງື່ອນໄຂຄົບຖ້ວນເຂົ້າຮຽນ ຢູ່ເທິງໜ້າເວັບໄຊຂໍ້ມູນເອເລັກໂຕຣນິກຂອງມະຫາວິທະຍາໄລ ຕາມທີ່ຢູ່: https://www.hcmus.edu.vn. ສໍາລັບບັນຊີລາຍຊື່ຜູ້ທີ່ມີເງື່ອນໄຂຄົບຖ້ວນເຂົ້າຮຽນນັ້ນ ຈະຖືກອັບເດດ/ອັບໂຫຼດເຂົ້າຮ່ວມໃນລະບົບຂໍ້ມູນຂ່າວສານຂອງ ກະຊວງສຶກສາທິການ ແລະ ກໍ່ສ້າງ ຫວຽດນາມ.
VII. ເວລາການດຳເນີນຂັ້ນຕອນແລ່ນເອກະສານເຂົ້າຮຽນ
- ຄາດວ່າຈະເປີດລົງທະບຽນເຂົ້າຮຽນໃນຊ່ວງ: ວັນທີ 08 ກັນຍາ 2026 ຫາ ວັນທີ 11 ກັນຍາ 2026 .
- ສໍາລັບຂັ້ນຕອນການລົງທະບຽນ ແລະ ເອກະສານ/ຊີວະປະຫວັດ ຈະແຈ້ງໃຫ້ຊາບໃນພາຍຫຼັງ
VIII. ບັນດາຂໍ້ຄວນເອົາໃຈໃສ່ທົ່ວໄປ
- ຜູ້ສະໝັກຈະຕ້ອງໄດ້ສຶກສາ ແລະ ເຂົ້າໃຈຢ່າງລະອຽດ ກ່ຽວກັບຂໍ້ມູນການຄັດເລືອກເຂົ້າຮຽນ, ແຈ້ງການການຄັດເລືອກເຂົ້າຮຽນ, ບໍ່ລົງທະບຽນເລືອກສາຂາ ໃນບັນດາກຸ່ມວິຊາ/ສາຂາວິຊາ/ຫຼັກສູດການຝຶກອົບຮົມ-ການສຶກສາ ທີ່ບໍ່ມີການຄັດເລືອກເຂົ້າຮຽນ ຫຼື ຕົນເອງມີເງື່ອນໄຂບໍ່ຄົບຖ້ວນ. ບັນດາເງື່ອນໄຂການຄັດເລືອກທັງໝົດ ແມ່ນຈະຖືກກວດກາຄືນໃນພາຍຫຼັງ (ຮອບຄັດເລືອກຄືນ) ເມື່ອຜູ້ສະໝັກຍື່ນເອກະສານ/ຊີວະປະຫວັດເຂົ້າຮຽນ.
- ຜູ້ສະໝັກຈະຕ້ອງໄດ້ຕິດຕາມບັນດາແຈ້ງການຂອງມະຫາວິທະຍາໄລ ຢ່າງເປັນປະຈຳ ເພື່ອປະຕິບັດໃຫ້ຖືກຕ້ອງຕາມຂໍ້ກຳນົດກ່ຽວກັບ ເງື່ອນໄຂ, ເອກະສານ, ຂັ້ນຕອນ, ວິທີການ, ເວລາ ແລະ ຂໍ້ມູນຕ່າງໆ ທີ່ກ່ຽວຂ້ອງກັບການສະໝັກ/ການຄັດເລືອກເຂົ້າຮຽນ. ທີ່ຢູ່ໜ້າເວັບໄຊຂໍ້ມູນການຄັດເລືອກເຂົ້າຮຽນຂອງມະຫາວິທະຍາໄລ ແມ່ນ: https://tuyensinh.hcmus.edu.vn.
- ຜູ້ສະໝັກແມ່ນມີຄວາມຈຳເປັນບັງຄັບ ຈະຕ້ອງໄດ້ຍື່ນເອກະສານ ແລະ ບັນດາຫຼັກຖານຢັ້ງຢືນໃນຮູບແບບອອນລາຍ ໃຫ້ແກ່ມະຫາວິທະຍາໄລ ຕາມຂໍ້ກຳນົດ.
- ຜູ້ສະໝັກຈະຕ້ອງແຈ້ງຂໍ້ມູນຢ່າງຊື່ສັດ, ຖືກຕ້ອງ ແລະ ຮັບຜິດຊອບຕໍ່ຂໍ້ມູນຂອງຕົນເອງ ເປັນຕົ້ນແມ່ນ: ບັນດາຄາດໝາຍເວລາຕາມການແນະນຳ ແລະ ຂໍ້ມູນຕ່າງໆ ທີ່ກ່ຽວຂ້ອງກັບການຄັດເລືອກເຂົ້າຮຽນ.
- ຜູ້ສະໝັກຈະຕ້ອງກຳແໜ້ນຢ່າງຈະແຈ້ງ ກ່ຽວກັບຊື່ຂອງຮູບແບບການຄັດເລືອກເຂົ້າຮຽນ ທີ່ກຳນົດໂດຍ ກະຊວງສຶກສາທິການ ແລະ ກິລາ ຫວຽດນາມ ໃຫ້ສອດຄ່ອງກັບຮູບແບບການຄັດເລືອກຂອງມະຫາວິທະຍາໄລ ເພື່ອຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ໃນການລົງທະບຽນຄັດເລືອກເຂົ້າຮຽນ ແລະ ການຢັ້ງຢືນການເຂົ້າຮຽນໃນຮູບແບບອອນລາຍ ຕາມຂໍ້ກຳນົດຂອງ ກະຊວງສຶກສາທິການ ແລະ ກິລາ ຫວຽດນາມ.
- ຫາກວ່າຍັງມີຂໍ້ຂ້ອງໃຈ ຫຼື ຄຳຖາມໃດໆ ກ່ຽວກັບເນື້ອໃນຂອງແຈ້ງການສະບັບນີ້, ຜູ້ສະໝັກສາມາດສົ່ງຄຳຖາມຜ່ານທາງທີ່ຢູ່ອີເມວ: pdttuyensinh@hcmus.edu.vn ເພື່ອຂໍຄຳອະທິບາຍຊີ້ແຈງ (ຈະໄດ້ຮັບການຕອບກັບຢ່າງຊ້າສຸດພາຍໃນ 48 ຊົ່ວໂມງ).
